ພໍດີມີຄົນທັກມາທາງ facebook ວ່າຢາກໃຫ້ກວດສອບ ຊ່ອງຮັບຂໍ້ມູນ ທີ່ເປັນມູນຄ່າເງິນ ເຊິ່ງເງືອນໄຂແມ່ນກຳນົດໃຫ້ເປັນໂຕເລກ [0-9] ແລະບໍ່ໃຫ້ຂຶ້ນຕົ້ນດ້ວຍເລກ 0

 

ໂດຍໃຊ້ພາສາ VB ຂ້າພະເຈົ້າບໍ່ສັນທັດປານໃດກໍເລີຍອາໃສຄວາມຮູ້ອັນນ້ອຍນິດທີ່ມີໃນພາສາ PHP/PERL ມາຂຽນເປັນ Regex (Regular Expression )

ເລື່ມຈາກເທິງຫນ້າ form

ໃຫ້ຂຽນ function ກວດສອບເບິ່ງຊ່ອງທີ່ Input ເຂົ້າມາໄວ້ກ່ອນ
ເຊິ່ງໃນນີ້ຂ້ອຍໃຊ້ function regex ມາຊ່ວຍໃນການກວດສອບ

ເອົາອັນນີ້ໄປ ວາງໄວ້ຫົວຟອມເລີຍ

Public Function IsNumeric(ByVal inputString As String) As Boolean
Dim _isNumber As System.Text.RegularExpressions.Regex = New  _
System.Text.RegularExpressions.Regex(“(^[1-9][0-9]*$)”)

Return _isNumber.Match(inputString).Success
End Function

—————————————————————————–

^[1-9][0-9]*$ ແປໄດ້ໃຈຄວາມວ່າ
ໃຫ້ເລີ່ມຕົ້ນດ້ວຍ ເລກ 1-9 ເທົ່ານັ້ນ ແລ້ວຄ່ອຍຕໍ່ໄປຈະເປັນເລກຫຍັງກໍໄດ້ 0-9

—————————————————————————-
ສ່ວນວິທີເອີ້ນໃຊ້ກໍງ່າຍໆ

ສົມມຸດວ່າຢາກກວດເບິ່ງວ່າ textbox1.text ແມ່ນໂຕເລກບໍ່ ກໍເອົາຟັງຊັ່ນນັ້ນມາພີສູດ

ດັ່ງນີ້

If IsNumeric(TextBox1.Text) Then
MessageBox.Show(“ຖືກຕ້ອງແລ້ວນີ້ແມ່ນ ໂຕເລກ “)
Else
MessageBox.Show(“ບໍ່ໆໆໆ ອັນນີ້ອາດບໍ່ແມ່ນໂຕເລກຫລື ອາດຈະຂຶ້ນຕົ້ນດ້ວຍເລກ 0.”)
End If

ລອງເອົາໄປປະຍຸກໃຊ້ລອງເບິ່ງນໍ

 

ກໍລະນີໂຕຢ່າງແມ່ນເອົາໄປໃສ່ໃນເຫດການ onkeychange ຂອງ textbox ເພື່ອຈະກວດສອບໄດ້ທັນທີເວລາພີ່ User ພິມໂຕເລກເຂົ້າມາ

ປະມານວ່າ ລູກຄ້າລົງເຊີບເວີ່ໃຫມ່ແລ້ວ ບັງເອີນວ່າ PHP ທີ່ຕິດຕັ້ງໄວ້ນັ້ນມັນດັນເປັນ 5,3 ເຊິ່ງຈະຍັງບໍ່ສະຫນັບສະຫນູນ Joomla , joomfish ໃນປະຈຸບັນ

ດັ່ງນັ້ນກໍເລີຍໄປຫາວິທີການໃນເນັດ ຖືວ່າສັບສົນພໍສົມຄວນ

ຫລັກການແມ່ນປະມານວ່າ ລຶບອັນເກົ່າອອກແລ້ວກໍປ່ຽນ source ໄປເປັນຂອງ karmic ແລ້ວສັ່ງຕິດຕັ້ງ ເອົາດັ່ງນີ້:

ລອງໃຊ້ຄຳສັ່ງກວດເບິ່ງວ່າປະຈຸບັນເຮົາໄດ້ຕິດຕັ້ງ PHP ລຸ້ນໃດຢູ່

dpkg -l | grep php

ຈາກນັ້ນເຮົາກໍມາ ກ໋ອບປີ້ໄຟລ sources.list ແລ້ວແທນຄຳວ່າ  lucid ໃຫ້ເປັນ  karmic ເອົາໄປໄວ້ໃນ  sources.list.d ດ້ວຍຄຳສັ່ງ
sed s/lucid/karmic/g /etc/apt/sources.list | sudo tee /etc/apt/sources.list.d/karmic.list

ສ້າງໄຟລສຳລັບ ອ້າງອິງ apt-get system.
sudo nano /etc/apt/preferences.d/php

ແລ້ວໃສ່ອັນນີ້ລົງໄປ
Package: php5
Pin: release a=karmic
Pin-Priority: 991

ສັ່ງອັບເດດ
sudo apt-get update

ຈາກນັ້ນກໍຈັດການ ຕິດຕັ້ງໄດ້ເລີຍ
sudo apt-get install php5=5.2.10.dfsg.1-2ubuntu6 php5-dev=5.2.10.dfsg.1-2ubuntu6 php-pear=5.2.10.dfsg.1-2ubuntu6 php5-cgi=5.2.10.dfsg.1-2ubuntu6 php5-cli=5.2.10.dfsg.1-2ubuntu6 php5-common=5.2.10.dfsg.1-2ubuntu6 php5-curl=5.2.10.dfsg.1-2ubuntu6 php5-gd=5.2.10.dfsg.1-2ubuntu6 php5-mcrypt=5.2.10.dfsg.1-2ubuntu6 php5-mysql=5.2.10.dfsg.1-2ubuntu6 php5-pgsql=5.2.10.dfsg.1-2ubuntu6

ເປັນອັນວ່າຈົບພິທີ ຫາກເດົາບໍ່້ຜິດຫນ້າຈະໄດ້ php5.2.10

ລອງໃຊ້ຄຳສັ່ງ php -v ເພື່ອກວດເບິ່ງເວີຊັ່ນຂອງທ່ານ

ຈົບ

Credit: http://www.nickveenhof.be/blog/reverting-or-downgrade-php-53-52-ubuntu-lucid-lynx-1004

Appserv 500 Internal Server Error ໃນ localhost (appserv)

ກ່ອນອື່ນແມ່ນເປີດໄຟລ
httpd.conf
ແລ້ວ
1.1 Enable mod_rewrite ດ້ວຍການໄປເອົາເຄື່ອງຫມາຍ (#) ທາງຫນ້າແຖວ LoadModule rewrite_module modules/mod_rewrite.so ອອກ

1.2 ແກ້ຂໍ້ມູນ ໃນ ໃຫ້ປ່ຽນ
“AllowOverride None” ເປັນ “AllowOverride All”

ໂຕຢ່າງ


Options FollowSymLinks
AllowOverride All
Order deny,allow
Deny from all
Satisfy all

2. ຈາກນັ້ນ Restart Apache Server

ເປັນອັນຈົບພິທີ

ບັນຫາພາສາລາວໃນ PHP ເວລາເອີ້ນຂໍ້ມູນຈາກ Mysql Server ແລ້ວເປັນເຄື່ອງຫມາຍ ???????

ອັນທີ່ຈິງກະແມ່ນຂຽນໄວທີ່ http://os555.blogspot.com/ ແລ້ວ
( ແຕ່ວ່າຢາກໃຫ້ເພີ່ນ້ອງໄດ້ອ່ານເລີຍເອົາມາວາງໄວ້ນີ້ນຳ)

ອັນຄວາມທີ່ຈິງແລ້ວບັນຫານີ້ເຄີຍພົບມາແລ້ວແຕ່ປາງກ່ອນ(ກ່ອນເມື່ອພາສາລາວຍັງບໍ່ເປັນທີ່ໃຊ້ແຜ່ຫລາຍ
ໃນ Computer)ເລື່ອງການ Connect DATA Base
ຫລືແມ່ນແຕ່ການນຳໃຊ້ພາສາລາວ ເພື່ອການສ້າງເວັບໄຊ ຫລື Application ຕ່າງໆ
ແລະອັນຂ້າພະເຈົ້າເອງກະເຄີຍແກ້ໄຂ ແລະ ແກ້ໄຂ ແລະ ແກ້ໄຂໄດ້ເມື່ອດົນນານມາແລ້ວ
ຈົນບໍ່ຈື່ວ່າຕົວເອງເຄີຍແກ້ໄດ້ແນວໃດ (ຄວາມຈຳສັ້ນ)

ຈົນໄດ້ໄປທັກຖາມນິນ A8 ເພີ່ນກະສົ່ງ Keyword ມາໃຫ້ວ່າ
mysql_query($dbname, “SET character_set_client =utf-8″);

ເມື່ອລອງແລ້ວ ປາກົດວ່າ ບໍ່ໄດ້

ແລ້ວສຸດທ້າຍ ກະຕ້ອງ ຖາມລຸງກູ (ກູເກີ້ລ)555 ຫນີບໍ່ພົ້ນ

ສະຫລຸບແລ້ວກະຄື ເພີ່ມຄຳສັ່ງໃນການ Connect ໃຫ້ປ່ຽນ Encode ເປັນ utf8

ດ້ວຍຄຳສັ່ງລຸ່ມນີ້

mysql_query(“SET character_set_client =utf8″);
mysql_query(“SET character_set_connection = utf8″);
mysql_query(“SET character_set_database =utf8 “);
mysql_query(“SET character_set_results = utf8″);
mysql_query(“SET character_set_server =utf8″);

ໃຫ້ເອົາຄຳສັ່ງດ້ານເທິງໄປໃສ່ໄວ້ທາງລຸ່ມ Connection ຂອງຖານຂໍ້ມູນ

ແນວໃດກະລອງເອົາໄປໃຊ້ເບີ່ງເດີ້ ພີ່ນ້ອງ
ຫາກມີປັນຫາແນວໃດກະ ເຂົ້າໄປເສວະນາໄດ້ທິ່ http://www.laozaa.com

ກໍຍັງງົງວ່າ ThunderBird ມັນບໍ່ມີ ຕົວທີ່ຈະເຊື່ອມກັບ google ມາໃຫ້ ກໍເລີຍໄປຫາເບິ່ງແລ້ວເຫັນເຂົາບອກວ່າໃຫ້ລົງອັນນີ້ໃສ່ວ່າຊັ້ນ

ໂຫລດເລີຍ

Lightning Plugin for Thunderbird: http://www.mozilla.org/projects/calendar/lightning/
Google Calendar Provider: https://addons.mozilla.org/en-US/thunderbird/addon/4631

ໂຫລດມາຈະໄດ້ເປັນ ໄຟລ xpi

ຫລັງຈາກນັ້ນໄປເລືອກ install addon from file ໃຫ້ຄົບທັງສອງອັນ

ຈາກນັ້ນກໍໄປທີ່ google account ທີ່ເຮົາຕ້ອງການ share Calendar ກົດທີ່ calendar ແລ້ວໄປທີ່ calendar setting

ເລື່ອນລົງມາຫາ Private URL ແລ້ວກໍເລືອກເອົາແບບ XML ມັນຈະເປັນຄ້າຍໆ Feed

ແລ້ວກັບມາທີ່ Thunderbird ໄປທີ່ Events and Tasks > calendar

ຈະມາທີ່ຫນ້າປະຕິທິນ ເລືອກ New Carlendar > On the Network > Google Calendar ແລ້ວກໍໃສ່ XML URL ທີ່ເຮົາກ໋ອບມາຈາກ Private URL ຫັ້ນລະ

Next ໄປມັນຈະໃຫ້ໃສ່ email ແລະ password ຂອງອີເມວທີ່ສາມາເຂົ້າເຖິງປະຕິທິນນັ້ນໆໄດ້

ຫລັງຈາກໃສ່ແລ້ວກໍຈະເຫັນວ່າ ເຮົາສາມາເຊື່ມກັບປະຕິທິນໄດ້ແລ້ວ

ແບບວ່າ ຄອມແຮງຫັ້ນນາກໍເລີຍວ່າມີ RAM ຫລາຍ ແລ້ວມັນເຮັດໃຫ້ OS 32bit ເບິ່ງເຫັນກັນບບໍ່ເຕັມ

ເລີຍຕ້ອງໄດ້ລົງ PAE (Physical Address Extension)

ເພື່ອວ່າຈະໃຫ້ລະບົບປະຕິບັດການ 32bit ສາມາດເປັນເຫັນແຣມໄດ້ຫລາຍໆຕາມອ່ານມາແມ່ນ ບອກວ່າເຫັນຮອດ 64GB

ຂັ້ນຕອນກໍງ່າຍໆອີກແລ້ວເນາະ ພິມຕາມນີ້ເລີຍ

sudo apt-get update
sudo apt-get upgrade

sudo apt-get install linux-generic-pae linux-image-generic-pae linux-headers-generic-pae

sudo update-initramfs -u
sudo update-grub

ບາດແລ້ວລະກໍ sudo reboot ກໍຈະເຫັນແຣມເຮົາຫລາຍຂຶ້ນແລ້ວ

ປລ credit devsmudger ທີ່ແນະນຳຄຳສັ່ງນີ້ມາທາງ facebook

ພໍດີເວັບຂອງລູກຄ້າເຈົ້ານຶ່ງເພິ່ນ ຊື້ໂປຣແກຣມມີລິຂະສິດມາ ແລ້ວ ມັນຖາມຫາ ioncube ກໍເລີຍຈຳຕ້ອງໄດ້ລົງໃຫ້ເພິ່ນ

ລາຍລະອຽດແມ່ນ Debian Server 5 , Directadmin 1.3.5

ຄຳສັ່ງກໍງ່າຍໆ ຕາມນີ້ເລີຍ

cd /usr/local
wget -O ioncube_loaders_lin_x86.tar.gz http://downloads2.ioncube.com/loader_downloads/ioncube_loaders_lin_x86.tar.gz
tar xzf ioncube_loaders_lin_x86.tar.gz
rm -f ioncube_loaders_lin_x86.tar.gz

ຫລັງຈາກແລ້ວກໍໄປເພີ່ມອັນນີ້ໃສ່ php.ini

zend_extension = /usr/local/ioncube/ioncube_loader_lin_5.2.so

ແລ້ວກໍ restart apache

ເຕັກນິກພິເສດ
ຢາກຮູ້ວ່າ php.ini ຢູ່ໃສ ແມ່ນໃຫ້ພິມ

php -i | grep php.ini

ເປັນຕົວທີ່ໃຊ້ໃນການອັບເດດຜ່ານ Recovery Mode ຫາກໃຜບໍ່ຢາກ ROOT ກໍໃຊ້ອັນນີ້ໄປອັບເດດ ແລ້ວກໍອ່ານພາສາລາວໄດ້ແລ້ວ

http://laoupload.com/YM9U9QULK3PT/update_fontslao.zip.html

ວິທີໃຊ້ກໍດຽວໂຫລດ ໄຟລມາແລ້ວປ່ຽນຊື່ເປັນ update.zip
copy ເຂົ້າ sdcard ແລ້ວກໍ boot ເຂົ້າ Recovery Mode
ເລືອກ update.zip

ລອງເບິ່ງເດີ້

ຕອນນີ້ລອງກັບເຄື່ອງ wildfire, SSGS, maigic ແລ້ວ

ຜ່ານ
ແລະຄິດວ່າແອນດຣອຍອື່ນໆກໍຫນ້າຈະຜ່ານ

ເອີ່ ວິທີເຮັດອັນນີ້ ແມ່ນໃຊ້ auto-sign.bat

ROOT + Up Rom 2.2.1 HTC Magic 32B
ກ່ອນ ອື່ນໃຫ້ໄປໂຫລດໄຟລ ທີ່ຊື່ HTC_Magic_32B_ROOT_ROM2.2.1.zip ຈາກລິ້ງນີ້ http://laoupload.com/6NONPEVI38W2/HTC_Magic_32B_ROOT_ROM2.2.1.zip.html

ເມື່ອແຕກອອກມາຈະໄດ້ເປັນໄຟລຕ່າງໆ ລູ່ມນີ້

flashrec-20090815.apk // ໂປຣແກຣມ ບັກອັບ ROM ແລະ ອັບເດດ ROM ເພື່ອ ເອົາ ROM Rooted ໄປທັບ
recovery-RA-sapphire-v1.6.2G.img //ເປັນ Image file ທີ່ ROOT ແລ້ວ ເອົາໄວ້ໃຊ້ກັບ flashrec-20090815.apk
My_ROM_2_2_1_OTA_Froyo_ADW.zip ອັນນີ້ແມ່ນ update ROM froyo 2.2.1 ເອົາໄວ້ອັບເດດ
SAPPIMG.nbh // ແຊບປິງເອົາໄວ້ Restore ໃຫ້ເຄື່ອງເຮົາເປັນ cupcake 1.5 ກ່ອນ
laofonts // Lao + Thai Fonts ເອົາໄວ້ໃຫ້ ເຄື່ອງອ່ານພາສາລາວໄທ

ກ່ອນຈະເລີ່ມຕ້ອງມີ Micro SDcard ກ່ອນເພື່ອເອົາໄວ້ເກັບຂໍ້ມູນ ເອົາໄວ້ນອກສຸດຂອງ sdcard

ເລີ່ມດ້ວຍການ Copy File ເຂົ້າໃນ sdcard

ປ່ຽນຊື່ໄຟລ My_ROM_2_2_1_OTA_Froyo_ADW.zip ໃຫ້ເປັນ update.zip
ປິດເຄື່ອງແລ້ວກົດປຸ່ມ ຜ່ອນສຽງ – ພ້ອມກັບເປີດເຄື່ອງ ໃນຕອນນີ້ກົດໄວ້ຈົນກວ່າຈະ flastboot

ຈາກນັ້ນໃຫ້ກົດຜ່ອນສຽງລົງ ລະບົບຈະຄົ້ນຫາ SAPPIMG.nbh

ໃຫ້ກົດ ແທຣກບອລ ເພື່ອຕົກລົງ
ແລ້ວມັນກໍຈະໂຫລດ ລໍຖ້າຈົນແລ້ວ

ຫລັງຈາກນັ້ນກໍເປີດເຄື່ອງໃຫມ່ ເຂົ້າໂຫມດ ປົກກະຕິ
ເຂົ້າໄປທີ່ market ແລ້ວຫາໂປຣແກຣມ ຈັດການໄຟລອັນໃດກໍໄດ້ມາລົງ ແລ້ວເປີດໄປຫາ /sdcard ເພື່ອເປີດໄຟລ flashrec-20090815.apk ແລະທຳການຕິດຕັ້ງ
ເຂົ້າໄປໃນໂປຣແກຣມແລ້ວກົດ Backup ລໍຖ້າຈົນກວ່າສຳເລັດ

ໃຫ້ພິມ /sdcard/recovery-RA-sapphire-v1.6.2G.img ໃສ່ແລ້ວກົດທີ່ restore

ຫລັງຈາກແລ້ວລະໃຫ້ ປິດເຄື່ອງ
ກົດທີ່ ປຸ່ມ Home ຮູບບ້ານ ແລ້ວກົດເປີດເຄື່ອງຄ້າງໄວ້ຈົນກວ່າມັນຈະເຂົ້າ Recovery Mode

ເລື່ອນລົງມາໃສ່ ເມນູ wipe > wipe+factory reset
ກົດປຸ່ມ Back

ເລື່ອນລົງມາທີ່ເມນູ update from zip > ແລ້ວເລືອກ update.zip

ກໍຖ້າຈົນກວ່າມັນສຳເລັດ

ຫລັງຈາກນັ້ນກໍກົດ restart
ເມື່ອເປີດເຄື່ອງມາທຳອິດຈະໃຊ້ເວລາດົນຈັກຫນ່ອຍ ໃຫ້ຖ້າມັນແດ່

ແລ້ວກໍຈະໄດ້ Android 2.2.1 ທີ່ root ແລ້ວ

ສຳລັບການລົງຟອນລາວແມ່ນ ອ່ານໄດ້ທີ່ນີ້ http://www.laozaa.com/thread-10497-1-1.html

ຂອບໃຈບົດຄວາມວິດີໂອຕ່າງປະເທດ

http://theunlockr.com/2009/08/22/how-to-unroot-your-mytouch-3g/

http://theunlockr.com/2009/08/29/how-to-root-the-htc-magic-in-one-click/

http://theunlockr.com/2009/08/29/how-to-load-a-custom-rom-on-your-htc-magic/

ແບບວ່າ ມື້ນີ້ ຫວ່າງເລີຍມານັ່ງຂຽນ ບລັກໄວ້ໃນສິ່ງທີ່ຕົວເອງຢາກຈະຈື່ໄວ້ ເອົາເປັນວ່າ ກະທູ້ນີ້ ຂໍເວົ້າເລື່ອງ PHP
ເຊິ່ງນັ້ນກໍຄື ການຂຽນ PHP ເພື່ອເຂົ້າໄປອ່ານ URL ແລ້ວ ກໍເອົາຜົນທີ່ຕອບມາທາງ Request – Respond ມາກວດສອບສະຖານະ ຫາກສະຖານະເປັນ 200 ກໍຖືວ່າ URL ນັ້ນມີຢູ່ ແລະ ສາມາເຂົ້າໄປໄດ້

Code ມີດັ່ງນີ້

<?php

// ຕົວແປ $url ເກັບ ຊື່ເວັບທີ່ເຮົາຕ້ອງການຈະກວດ

$url=’http://laozaa.com’;
//ຕົວແປ $header ເພື່ອເກັບ ຄ່າ ARRAY ຈາກການ REQUEST $url
$headers = get_headers(“$url”);

ໃຫ້ສະແດງ ຄ່າຂອງ ARRAY ທີ່ 0 ອອກມາ
echo $headers[0];

?>

ຫາກເວັບໄຊ້ດັ່ງກວ່າມີຢູ່ຈິງ ກໍຈະ ສະແດງຂໍ້ຄວາມອອກມາວ່າ

HTTP/1.0 200 OK

ສາມາດເອົາໄປປະຍຸກໃນການຄົ້ນຫາ Admin ຂອງເວັບຕ່າງໄດ້ດັ່ງນີ້

ຟອມເພື່ອສົ່ງຂໍ້ມູນ

<title>Admin Find</title>
<form action=”" method=”post”>
<p><input name=”hash_lol” type=”text” size=”30″ value=”http://www.example.com/”/>
<input name=”submit_lol” value=”Submit Site” type=”submit”>
</form>
ຮັບຂໍ້ມູນມາປະມວນຜົນ
<?php
set_time_limit(0);

if (isset($_POST["submit_lol"])) {
$url = $_POST['hash_lol'];
echo “<br />Testing “.$url.”<br /><br />”;

$adminlocales = array(“login/”,”admin/”,”admin1.php”, “admin1.html”);  //ອັນນີ້ແມ່ນ ອາເຣ ເກັບຂໍ້ມູນໂຟນເດີ ສາມາດເພີ່ມອີກໄດ້

foreach ($adminlocales as $admin){  //ເອົາມາ Loop
$headers = get_headers(“$url$admin”); //  header ແລະ ໂຟນເດີທີ່ມາຈາກ ອາເຣ
if (eregi(’200′, $headers[0])) { // ກວດວ່າheader ຕອບມາແບບໃດ ຫາກເປັນ 200 ແປວ່າ url ມີຢູ່ຈິງແລະສາມາດເຂົ້າໄປໄດ້
echo “<a href=’$url$admin’>$url$admin</a> Found!<br />”; // ສະແດງ url ທີ່ ສາມາດເຂົ້າໄດ້
}
else {
echo “$url$admin NOT Found!<br />”; // ສະແດງ url ແລະບໍ່ວ່າບໍ່ພົບ
}
}
}
?>

ຄິດວ່າຄົງເປັນແນວທາງໃຫ້ ກັບຫລາຍໆ ທ່ານ ເນາະຫວັງວ່າຈະເອົາໄປປະຍຸກກັນໄດ້ໃນທາງທີ່ສ້າງສັນ

*-*